ບໍລິສັດ ລັດວິສາຫະກິດໄປສະນີລາວ
ປະຫວັດຄວາມເປັນມາຂອງ ປນລ # ວຽກງານໄປສະນີໄລຍະປີ 1975 - ປັດຈຸບັນ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ການປະຕິວັດກ້າວເຂົ້າສູ່ໄລຍະໃໝ່ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ວຽກງານສື່ສານໄປສະນີກໍ່ໄດ້ຮັບການປັບປຸງໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາໂດຍຜ່ານແຕ່ລະໄລຍະດັ່ງນີ້: ປີ 1975 – 1982 ໂດຍອີງຕາມສະພາບການ ແລະ ເງື່ອນໄຂໃນໄລຍະນັ້ນທີ່ປະເທດຊາດຍັງດຳເນີນນະໂຍບາຍເສດຖະກິດແຜນການວຽກງານສື່ສານໄປສະ ນີກໍ່ໄດ້ຮັບການສ້າງຕັ້ງເປັນກະຊວງໄປສະນີໂທລະຄົມມະນາຄົມ. ປີ 1982 – 1986 ສ້າງຕັ້ງເປັນກະຊວງຂົນສົ່ງໄປສະນີ. ປີ 1986 ເພື່ອຜັນຂະຫຍາຍຕາມແນວທາງປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ ແລະ ເພື່ອປັບປຸງໂຄງຮ່າງການຈັດຕັ້ງຂັ້ນກະຊວງໃຫ້ກະທັດຫັດເບົາບາງ ຈື່ງໄດ້ຍູບກະຊວງຂົນສົ່ງໄປສະນີ; ກະຊວງກໍ່ສ້າງ ແລະ ກະຊວງຄົມມະນາຄົມ ( ກະຊວງໂຍທາ )ເຂົ້າກັນເປັນກະຊວງດຽວຄື: ກະຊວງຄົມມະນາຄົມຂົນສົ່ງໄປສະນີ ແລະ ກໍ່ສ້າງໃນປັດຈຸບັນ. ໃນປີ 1987 ໄດ້ສ້າງຕັ້ງເປັນບໍລິສັດໄປສະນີໂທລະຄົມ. ປີ 1995 ເພື່ອປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກຕາມກົນໄກເສດຖະກິດຕະຫຼາດໂດຍມີການຄຸ້ມຄອງຂອງລັດ ແລະ ເພື່ອຫັນໄປສູ່ລະບົບໄລ່ລຽງເສດຖະກິດກຸ້ມຕົນເອງ, ເພີ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ ວຽກງານສື່ສານໄປສະນີໄດ້ແຍກອອກເປັນສອງອົງກອນດັ່ງນີ້: + ລັດວິສາຫະກິດປະສົມລາວໂທລະຄົມ ໂດຍການຮ່ວມມືກັບບໍລິສັດໂທລະຄົມຂອງປະເທດໄທ, ໃຫ້ການບໍລິການທາງດ້ານການສື່ສານໂທລະຄົມໃນທົ່ວປະເທດ ຕາມມກົດໝາຍແຫ່ງ ສ ປ ປ ລາວ. + ລັດວິສາຫະກິດໄປສະນີລາວ ເປັນລັດວິສາຫະກິດຂອງລັດຮ້ອຍເປີເຊັນມີໜ້າທີພາລະບົດບາດໃນການເຄື່ອນໄຫວດຳເນີນທຸລະກິດດ້ານການບໍລິການຝາກ, ຮັບຝາກ, ຈັດສົ່ງ ແລະ ແຈກຢາຍໄປສະນີພັນ, ພັດສະດຸໄປສະນີ ແລະ ອື່ນໆຈົນເຖິງປັດຈຸບັນ. ສັງລວມແລ້ວວຽກງານສື່ສານໄປສະນີ ແມ່ນໄດ້ກຳເນີດເກີດຂື້ນພ້ອມໆກັບຂະບວນຕໍ່ສູ້ປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກສັກດີນາ, ປະຕິການ ແລະ ຈັກກະພັດຕ່າງດ້າວ. ວຽກງານສື່ສານໄປສະນີ ໄດ້ຕິພັນກັບບົດບາດການນຳພາການປະຕິວັດຂອງພັກປະຊາຊົນປະຕິວັດລາວ ແລະ ກາຍເຜັນ ກາຍອິນຊີທີ່ສອດຫ້ອຍເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດກ້າວຂື້ນສັງຄົມນິຍົມ
Website: http://www.laopost.com.la/
ບໍລິສັດ ລາວ ໂທລະຄົມມະນາຄົມ
ປະຫວັດຄວາມເປັນມາ ກ່ອນປີ 1993 ລັດຖະບານ ສ.ປ.ປ. ລາວ ໄດ້ດຳເນີນການຢ່າງຕໍ່ເນື່ອງໃນການພັດທະນາ ລະບົບສື່ສານ ໂທລະຄົມມະນາຄົມ ຕາມແຜນແມ່ບົດ (Master Plan) ຊຶ່ງນັບໄດ້ວ່າເປັນປັດໄຈ ພື້ນຖານຂອງການພັດທະນາ ລະບົບໂທລະຄົມ ຄົບວົງຈອນ ໂດຍມີ ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງເປັນຜູ້ຊີ້ນຳ ແລະ ຄຸ້ມຄອງ ໃນນີ້ ບໍລິສັດ ໄປສະນີໂທລະຄົມ ລາວ ເປັນ ລັດວິສາຫະກິດ 100% ແລະ ເປັນຜູ້ດຳເນີນ ວຽກງານແຕ່ຜູ້ດຽວ. ໃນປີ 1994 ລັດຖະບານໄດ້ເປີດໂອກາດໃຫ້ພາກເອກະຊົນ ເຂົ້າຮ່ວມລົງທຶນດຳເນີນທຸລະກິດ ດ້ານໂທລະຄົມມະນາຄົມໃນ ສ.ປ.ປ. ລາວ, ບໍລິສັດ ຊິນນະວັດ ອິນເຕີເນຊັນແນລ ຈຳກັດ(ມະຫາຊົນ) ໄດ້ມີໂອກາດເຂົ້າຮ່ວມລົງທຶນກັບລັດຖະບານ ແລະ ໄດ້ສ້າງຕັ້ງບໍລິສັດຮ່ວມທຶນຂື້ນໃນນາມ ບໍລິສັດ ລາວ ຊິນນະວັດ ເທເລຄອມ ຈຳກັດ ເພື່ອດຳເນິນໂຄງການ ພັດທະນາໂທລະຄົມໄລຍະທີ່ 3 ຕາມແຜນແມ່ບົດ ທີ່ລັດຖະບານວາງອອກ. ໃນປີ 1995 ລັດຖະບານ ມີນະໂຍບາຍໃຫ້ແຍກບໍລິສັດ ໄປສະນີ ແລະ ໂທລະຄົມມະນາຄົມ ລາວ ອອກເປັນ 2 ບໍລິສັດ ຄື: ບໍລິສັດ ໄປສະນີລາວ ແລະ ບໍລິສັດ ໂທລະຄົມມະນາຄົມ ລາວ. ໃນປີ 1996 ຄວາມຮຽກຮ້ອງຕ້ອງການໃນການນຳໃຊ້ລະບົບສື່ສານໂທລະຄົມຂອງລາວໄດ້ ຂະຫຍາຍຕົວ ຫລາຍຂື້ນ ລັດຖະບານ ສປປ. ລາວ ຈຶ່ງໄດ້ຮ່ວມກັບ ບໍລິສັດ ຊິນນະວັດ ອິນເຕີເນຊັນແນລ ຈຳກັດ (ມະຫາຊົນ) ເພື່ອສ້າງຕັ້ງ ບໍລິສັດ ລາວໂທລະຄົມມະນາຄົມ ຈຳກັດ ຂື້ນຊື່ງເປັນການ ລວມເອົາ ບໍລິສັດ ໂທລະຄົມ ລາວ ກັບ ບໍລິສັດ ລາວຊິນນະວັດ ເທເລຄອມ ຈຳກັດ ເຂົ້າກັນ ໂດຍລັດຖະບານ ສ.ປ.ປ. ລາວ ຖືຮຸ້ນ 51% ແລະ ບໍລິສັດ ຊິນນະວັດ ອິນເຕີເນຊັນແນລ ຈຳກັດ (ມະຫາຊົນ) ຖືຮຸ້ນ 49% ມີໄລຍະສຳປະທານ 25 ປີ. ບໍລິສັດ ລາວ ໂທລະຄົມມະນາຄົມ ເລິ່ມເປິດດຳເນີນການຕັ້ງແຕ່ ວັນທີ່ 11 ພະຈິກ 1996 ໂດຍດຳເນີນທຸລະກິດ ໃຫ້ບໍລິການ ສື່ສານໂທລະຄົມມະ ນາຄົມດ້ານຕ່າງໆ ເຊັ່ນ: ບໍລິການໂທລະສັບພື້ນຖານ, ບໍລິການໂທລະສັບມືຖື ລະບົບດິຈິຕອລ GSM ແລະ CDMA, ບໍລິການທາງດ້ານອິນເຕີເນັດ ແລະ ບໍລິການອື່ນໆ ອີກ..
Website: https://www.laotel.com/
ບໍລິສັດ ທີພຣັດສດີຈີຕອນ (ບີລາຍ)
ຄວາມເປັນມາ ບໍລິສັດ ທີພລັດ ດີຈີຕອນ ຈຳກັດ ເດີມຊື່ວ່າ ບໍລິສັດ ວິມເປວຄອມລາວ ຈຳກັດ ໃນວັນທີ 13 ກໍລະກົດ 2019 ໄດ້ປະກາດເປັນ ບໍລິສັດ ທີພລັດ ດີຈີຕອນ ຈໍາກັດ ຢ່າງເປັນທາງການ ແລະ ເປັນໜຶ່ງໃນບໍລິສັດຊັ້ນນຳໃນການໃຫ້ບໍລິການໂທລະຄົມ. ບໍລິສັດ ທີພລັດດີຈີຕອນ ແມ່ນບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຖືຫຸ້ນ 100% ທີພລັດດີຈີຕອນ ໄດ້ສືບທອດພື້ນຖານໂຄງລ່າງ ກຽ່ວກັບບັນດາວັດຖຸອົງປະກອບທາງດ້ານເທັກໂນໂລຊີ, ບັນດານັກວິຊາການ, ຄະນະບໍລິຫານງານທັງໝົດມາຈາກ ບໍລິສັດ ວິມເປວຄອມລາວ ຈຳກັດ ຫຼື ອີກພື້ນຖານໜຶ່ງກໍ່ແມ່ນ ບໍລິສັດ MILLICOM INTERNATIONAL CELLULAR S.A. ຂອງປະເທດສະວີເດັນ ເຊິ່ງບໍລິສັດດັ່ງກ່າວໄດ້ເລີ່ມເຊັ່ນສັນຍາກັບລັດຖະບານແຫ່ງ ສປປ ລາວ ໃນວັນທີ 9 ສິງຫາ 1999. ຢູ່ໃນໄລຍະນີ້ຫາປີ 2002 ບໍໍລິສັດແມ່ນມີຊື່ວ່າ ມີລີຄອມລາວ ຈຳກັດ ແລະ ພວກເຮົາກໍ່ໄດ້ມີຄວາມອົດທົນພະຍາຍາມກໍ່ສ້າງພື້ນຖານໂຄງລ່າງເພື່ອກະກຽມທຶນຮອນປະຖົມປັດໃຈທີ່ເປັນທ່າແຮງໃນການກຽມພ້ອມເພື່ອບຸກເບີກຈິດໃຈ, ອຸປະກອນທີ່ຈະປຸກສ້າງບັນດາເຄືອຄ່າຍ ພ້ອມທັງບັນດາແຜນການປະຕິບັດງານກຽ່ວກັບວຽກງານດ້ານການຄ້າ ແລະ ການຕະຫຼາດ ພ້ອມກັນນີ້ກໍ່ໄດ້ມີການສຶກສາສຳຫຼວດຄົ້ນຄວ້າຫາຄວາມຮຽກຮ້ອງຕ້ອງການຂອງສັງຄົມຢູ່ໃນ ສປປ ລາວ ກ່ຽວກັບຄ່ານິຍົມໃນການນຳໃຊ້ໂທລະສັບທີ່ມີລະບົບ GSM 900-1.800 MHZ. ມາເຖິງປີ 2002 ລັດຖະບານແຫ່ງ ສປປ ລາວ ໄດ້ມີຂໍ້ຕົກລົງອະນຸມັດໃຫ້ ບໍລິສັດ ມີລີຄອມລາວ ຈຳກັດ ເຊັນສັນຍາແມ່ ແລະ ສັນຍາຮວ່ມມືໃນການລົງທຶນ ລະຫວ່າງລັດຖະບານແຫ່ງ ສ.ປ.ປ ລາວ ແລະ ບໍລິສັດ ມີລີຄອມລາວ ອີນເຕີເນເຊີນນໍ ເຊວລູລາ ເອສເອ ຂອງປະເທດສະວີເດັນ ໃນວັນທີ 23 ມັງກອນ ປີ 2002, ທີ່ນະຄອນຫຼວງວຽງຈັນ ມີກຳນົົດໃນການລົງທຶນໄລຍະເວລາ 20ປີ, ການເຊັ່ນສັນຍາແມ່ນສັນຍາຮ່ວມທຶນກັບລັດຖະບານແຫ່ງ ສ.ປ.ປລາວ ແລ້ວມາຮອດປີ 2011 ວິມເປວຄອມ (Beeline) ໄດ້ເຂົ້າມາເຮັດທຸລະກິດໃນປະເທດລາວເຊິ່ງເຂົ້າມາແທນທີ່ບໍລິສັດ ມີລີຄອມລາວ ຈຳກັດ ລວມມີການບໍລິການຫຼາຍຢ່າງເຊັ່ນ: ດ້ານການສື່ສານດ້ວຍໂທລະສັບມືຖື, ອິນເຕີເນັດບ້ານ, ອິນເຕີເນັດໄຮ້ສາຍ, ເບີລາຍເດືອນ ແລະ ອື່ນໆ. ສຳລັບບີລາຍ (Beeline) ແມ່ນເຄື່ອງໝາຍການຄ້າຂອງປະເທດລັດເຊຍໄດ້ສ້າງຂຶ້ນໃນປີ 1992 ແລະ ມີສໍານັກງານໃຫຍ່ຢູ່ ປະເທດລັດເຊຍ. ວິມເປວຄອມ ແມ່ນໜຶ່ງໃນບໍລິສັດໃຫຍ່ໃນໂລກ ທີ່ໃຫ້ບໍລິການດ້ານການສື່ສານດ້ວຍໂທລະສັບມືຖື, ໂທລະສັບພື້ນຖານແບບດັ່ງເດີມ, ການສື່ສານໂທລະຄົມ ແລະ ເທັກໂນໂລຢີຄົງທີ່ໃນປະເທດລັດເຊຍ, ອີຕາລີ, ຢູເຄນ, ກາຊັກສະຖານ, ອຸເບກລິຖານ, ທາຈິກິດສະຖານ, ອາມາເນຍ, ຈໍເຈຍ, ເຄກິດຖານ, ລາວ, ອານຈີເລຍ, ບັງກະລາເທດ ແລະ ປາກິດສຖານ. ການດຳເນີນງານຂອງ ວິມເປວຄອມ ຄວບຄຸມທົ່ວໂລກເຊິ່ງກວມເອົາປະຊາກອນທັງໝົດ 782 ລ້ານຄົນ. ວິມເປວຄອມສະໜອງການບໍລິການເຄືອຂ່າຍພາຍໃຕ້ຊື່: Beelineໃນວັນທີ່ 31-3-2012 ວິມເປວຄອມມີຕົວເລກການລົງທະບຽນນໍາໃຊ້ເຄຶືອຄ່າຍມືຖືຂອງຕົນລວມກັນທັງໝົດທົ່ວໂລກຈຳນວນ 205 ລ້ານລາຍການ. ນອກຈາກນັ້ນ ວິມເປວຄອມ ດຳເນີນການຊື້-ຂາຍຮຸ້ນໃນຕະຫຼາດຫຼັກຊັບນິວຢອກພາຍໃຕ້ສັນຍາລັກ “VIP “. ໃນວັນທີ 27 ຕຸລາ 2017 ລັດຖະບານ ສ.ປ.ປ ລາວ ໄດ້ຖຶຫຸ້ນ 100% ຂອງຫຸ້ນທັງໝົດໃນ ບໍລິສັດ ວິມເປວຄອມລາວ ຈໍາກັດ. ຕໍ່ມາ ຫຸ້ນທັງໝົດກໍ່ໄດ້ໂອນກໍາມະສິດໃຫ້ກັບ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໃນວັນທີ 16 ມັງກອນ 2019 ແລະ ໄດ້ປ່ຽນຊື່ບໍລິສັດຈາກ ວິມເປວຄອມລາວ ມາເປັນ ທີພຣັດສດີຈີຕອນ..
Website: https://tplus.la/
ບໍລິສັດ ອີທີແອລ ຈຳກັດ
ປະຫວັດຄວາມເປັນມາຂອງ ອທອ. ໃນປີ 1954 – 1994 ເອີ້ນວ່າ: ໄປສະນີໂທລະຄົມ (ປທທ ຫຼື EPTL) ແລະ ມາຮອດປີ 1994 – 1996 ແຍກອອກເປັນ 02 ລັດວິສາຫະກິດຄື: ໄປສະນີ ແລະ ໂທລະຄົມ. ປີ 1996 ໄດ້ຮ່ວມທຶນກັບບໍລິສັດ ຊິນນະວັດ ອິນເຕີເນຊັນແນລ ຈໍາກັດ ເປັນບໍລິສັດ ລາວໂທລະຄົມ (LTC) ແລະ ມາຮອດວັນທີ 31/08/2000 ໄດ້ແຍກອອກມາເປັນ ລັດວິສາຫະກິດ ໂທລະຄົມລາວ (ລທລ) ຫຼື Enterprise of Telecommunications Lao (ETL) ຕາມຂໍ້ຕົກລົງຂອງກະຊວງ ຄຂປກ ສະບັບເລກທີ 2873/ຄຂປກ. ເຊິ່ງເປັນລັດ ວິສາຫະກິດຂອງລັດ 100% ພາຍໃຕ້ການຊີ້ນໍໍາຂອງກະຊວງ ຄຂປກ. ຕາມຂະແໜງການພາຍໃຕ້ການຄຸ້ມຄອງຂອງກະຊວງການເງີນ ໃນຖານະເຈົ້າທຶນ ມາຮອດທ້າຍປີ 2007 ລັດຖະບານໄດ້ສ້າງຕັ້ງອົງການໄປສະນີໂທລະຄົມມະນາຄົມແຫ່ງຊາດ, ໃນປີ 2011 ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຮັບການສ້າງຕັ້ງຂຶ້ນ ເຊິ່ງເປັນຜູ້ຊີ້ນໍາ ບັນດາບໍລິສັດໂທລະຄົມມະນາຄົມ ແລະ ໄປສະນີ, ມາຮອດວັນທີ 26/08/2010 ລັດວິສາຫະກິດ ໂທລະຄົມລາວ ໄດ້ປ່ຽນຊື່ມາເປັນ ບໍລິສັດລັດ ວິສາຫະກິດໂທລະຄົມລາວ ແລະ ໃນວັນທີ 01/09/2011 ໄດ້ປ່ຽນຊື່ຈາກ ບໍລິສັດລັດ ວິສາຫະກິດໂທລະຄົມລາວ ມາເປັນ ບໍລິສັດ ອີທີແອລ ມະຫາຊົນ ແລະ ມີສິດເຕັມສ່ວນໃນການດໍາເນີນທຸລະກິດດ້ານ ໂທລະຄົມ ແລະ ໄອທີ (IT) ທັງພາຍໃນ ແລະ ຕ່າງປະເທດ. ພາຍໃຕ້ກົດໝາຍຂອງ ສປປລາວ..
Website: http://www.etllao.com/
ບໍລິສັດ ສະຕາໂທລະຄົມ
ປະຫວັດຄວາມເປັນມາຂອງບໍລິສັດ ພວກເຮົາແມ່ນໃຜ? ຢູນິເທວ ແມ່ນເຄື່ອຂ່າຍທີ່ສະໜອງບໍລິການດ້ານໂທລະຄົມໃນ ສປປ ລາວ, ເປັນເຄື່ອຂ່າຍທີ່ມີຂອບເຂດສົ່ງສັນຍານ ທີ່ກວມພື້ນທີ່ກວ້າງຂວາງທີ່ສຸດ, ເປັນເຄື່ອຂ່າຍທີ່ເຊື່ອຖືໄດ້, ຢູນີເທວແມ່ນເຄື່ອງໝາຍການຄ້າ ຂອງບໍລິສັດສະຕາຣໂທລະຄົມ, ໂດຍການຮ່ວມທຶນລະຫວ່າງ ບໍລິສັດ ລາວເອເຊຍໂທລະຄົມ ແລະ ບໍລິສັດ ຫວຽດເທວໂກຼໂບກຣຸບ ແຫ່ງ ສສ ຫວຽດນາມ. ນິຍາມກ່ຽວກັບເຄື່ອງໝາຍການຄ້າດັ່ງນີ້, “Uni” ເຊິ່ງມີຄວາມໝາຍຫຍໍ້ມາຈາກ “United” ຄວາມໝາຍວ່າ ການຮ່ວມກັນເປັນໜື່ງ, ເຊິ່ງເປັນຄ່ານິຍົມທີ່ສູງສຸດທີ່ໄດ້ຮັບການຍອມຮັບຈາກປະຊາຊົນລາວ, ຢູນິເທວໄດ້ສ້າງ ເຄື່ອຂ່າຍໂທລະຄົມມະນາຄົມ ເພື່ອເຊື່ີອມໂຍງກັບປະຊາຊົນລາວ ແລະ ເຮັດການດໍາລົງຊີວິດທີ່ດີກວ່າ. ປະຈຸບັນ, ຢູນີເທວ ໄດ້ໃຫ້ບໍລິການດັ່ງນີ້: ບໍລິການມືຖື: ປະກອບມີ ມືຖືແບບເຕີມເງິນ, ເບີລາຍເດືອນ, ບໍລິການ3ຈີ ບໍລິການແບບສາຍ: ຢູນີໂຮມໂທລະສັບຕັ້ງໂຕະແບບບໍ່ມີສາຍ, ບໍລິການໂທລະສັບຕັ້ງໂຕະແບບສາຍ ອິນເຕີເນັດ: FTTH, ADSL, EDGE, Mobile Broadband 3G & 4G ອິນເຕີເນັດສາຍເຊົ່າ - ບໍລິການເສີມຕ່າງໆ.
Website: https://www.unitel.com.la/